ກາແຜນດິນ






       

1.ກາແຜ່ນດິນປະເທດບຣູໄນ (Brunei)

              ໃຊ້ເຄື່ອງໝາຍຢ່າງດຽວກັບທີ່ປາກົດໃນທຸງຊາດບຣູໄນ ເລີ່ມໃຊ້ເມື່ອ ຄ.ສ. 1932 ປະກອບດ້ວຍສັນຍະລັກ 5 ຢ່າງ ຄື ຣາດທະວັດ (ທຸງ) ພະກຮົດ (ຮົ່ມ) ປີກນົກ 4 ຂົນ ມືສອງຂ້າງ ແລະຊີກວົງເດືອນຫລືພະຈັນສ້ຽວ ພາຍໃນວົງເດືອນຊຶ່ງຫງາຍຂຶ້ນນັ້ນ ມີຂໍ້ຄວາມພາສາອາຫຼັບຈາລຶກໄວ້ ຊຶ່ງແປຄວາມໄດ້ວ່າ "ນ້ອມຮັບໃຊ້ຕາມແນວທາງຂອງພະອັນເລາະສະເໝີ" ("Always in service with God's guidance") ເບື້ອງລຸມສຸດມີແພແຖບຈາລຶກຊື່ປະເທດໄວ້ວ່າ ບຣູໄນດາຣຸດຊາລາມ (ມາເລຢ໌: بروناي دار السلام) ແປລວ່າ ນະຄອນແຫ່ງສັນຕິ ຣາດທະວັດ (Bendera) ແລະ ພະກຣົດ (Payang Ubor-Ubor) ໝາຍເຖິງ ສົມເດັດພະຣາຊາທິບດີແຫ່ງບຣູໄນດາຣຸດຊາລາມ (ຂອງທັງສອງສິ່ງນີ້ ນັບເປັນເຄື່ອງຣາດກຸດພັນຕາມຄະຕິບຣູໄນ) ປີກນົກ 4 ຂົນ (Sayap) ໝາຍເຖິງ ການພິທັກຄວາມຍຸດຕິທຳ ຄວາມສະຫງົບ ຄວາມຈະເລີນ ແລະສັນຕິສຸກຂອງຊາດ ມືສອງຂ້າງທີ່ຊູຂຶ້ນ (Tangan ຫລື Kimhap) ໝາຍເຖິງ ຫນ້າທີ່ຂອງລັດຖະບານທີ່ຈະຍົກລະດັບຄວາມມັ່ງຄັ່ງ ສັນຕິສຸກ ແລະຄວາມວັດນາຖາວອນໃຫ້ຈະເລີນຮຸ່ງເຮືອງສືບໄປ ຊີກວົງເດືອນຫງາຍ (Bulan) ໝາຍເຖິງ ສາສະຫນາອິດລາມ ອັນເປັນສາສະຫນາປະຈຳຊາດ

2. ກາແຜ່ນດິນປະເທດກຳປູເຈຍ (Cambodai)

                                        

               ເປັນຮູບສະຫລອງພະອົງຄຣຸຍຄລຸມພານແວ່ນຟ້າອັນເຊີນພະແສງຂັນແລະເຄື່ອງໝາຍອຸນາໂລມພາຍໃຕ້ພະມະຫາມົງກຸດເປລ່ງຣັດມີ ມີລາຍຊໍ່ຕໍ່ອອກມາຈາກກັນຈຽກຈົນທັງສອງຂ້າງ ຮູບດັ່ງກລ່າວຢູ່ເໜືອຮູບດາຣາອົງ ເຄື່ອງລາດອິດລິຍາແຫ່ງກຳປູເຈຍ (Royal Order of Cambodia) ແລະມີຮູບລາຍກ້ານຂົດຢູ່ໃຕ້ຮູບສະຫລອງພະອົງຄຣຸດອີກຊັ້ນໜຶ່ງ ຖັດມາທາງດ້ານຂ້າງທັງ 2 ດ້ານຂ້າງດ້ວຍຮູບຊັດ 5 ຊັ້ນ ໂດຍຄົດສີທາງດ້ານຊ້າຍ ແລະດ້ານຂວາ ເບື້ອງລຸ່ມສຸດຂອງຮູບທັງໝົດເປັນແພແຖບສະແດງຂໍ້ຄວາມວ່າ "ພະເຈົ້າກຣຸງກຳປູເຈຍ" ດ້ວຍອັກສອນກຳປູເຈຍແບບອັກສອນມູນ ຣັດມີທີ່ເປັງອອກມາຈາກພະມະຫາມົງກຸດ ໝາຍເຖິງ ຄວາມຈະເລີນຮຸ່ງເຮືອງແຫ່ງອາລະຍະທຳກຳປູເຈຍ ຊັດ 5 ຊັ້ນທັງສອງຄັນ ໝາຍເຖິງ ພະມະຫາກະສັດແລະສົມເດັດພະຣາຊິນີ ພະແສງຂັນຄ໌ ໝາຍເຖິງ ພະຣາດອຳນາດແລະຄວາມຍຸດຕິທຳ ລາຊະສິງແລະ ຄົດສະສີ ໝາຍເຖິງ ປວງຊົນຊາວກຳປູເຈຍຜູ້ຄ້ຳຈຸນລາດຊະບັນລັງ.

3.ກາແຜ່ນດິນປະເທດອິນໂດເນເຊຍ (lndonesia)

                                        

         ມີຊື່ວ່າ "ກາບຍາຄຣຸດປັນຈະສິນ" ລັກສະນະເປັນຮູບພະຍາຄຣຸດ ມີຂົນປີກຂ້າງລະ 17 ຂົນ ,ຫາງ 8 ຂົນ, ໂຄນຫາງ 19 ຂົນ ແລະຄໍ 45 ຂົນ ໝາຍເຖິງ ວັນທີ 17 ສິງຫາ ຄ.ສ. 1945 ຊຶ່ງເປັນມື້ປະກາດເອກກະລາດ ກາງຕັວພະຍາຄຣຸດນັ້ນມີຮູບໂລ້ ພາຍໃນໂລ້ແບ່ງເປັນສີ່ສ່ວນ ແລະມີໂລ້ຂະໜາດນ້ອຍຊ້ອນທັບອີກຊັ້ນໜຶ່ງ ຊ່ອງຊ້າຍ ເທິງຂອງໂລ້ບັນຈຸຮູບຫົວຄວາຍປ່າ (ໃນພາສາອິນໂດເນເຊຍເອີ້ນວ່າ "ບານເຕັງ") ຖືເປັນສັນຍະລັກຂອງປະຊາຊົນ ຊ່ອງຂວາດ້ານເທີງບັນຈຸຮູບຕົ້ນໄທຣ ໝາຍເຖິງ ລັດທິຊາດນິຍົມ ຊ່ອງຊ້າຍລຸມ ບັນຈຸຮູບດອກຝ້າຍແລະຊ່ອນວົງເຂົ້າ ໄດ້ແກ່ຄວາມຍຸດຕິທຳໃນສັງຄົມ ຊ່ອງຂວາລຸມ ບັນຈຸຮ້ອຍສີດອົງຮ້ອຍຊົງສີ່ຫຼ່ຽມສະລັບວົງກົມ ຄື ຫຼັກການຂອງມະນຸດຍະທຳແລະ ຄວາມຜູກພັນໃນສັງຄົມມະນຸດທີ່ບໍ່ມີຈຸດສີ້ນສຸດພື້ນໂລ້ຂອງຊ່ອງຊ້າຍເທິງຂວາລຸມນັ້ນມີສີແດງ ສ່ວນກາງນັ້ນມີສີດຳ ທີ່ມີໂລ້ຂະໜາດນ້ອຍສີຂາວບັນຈຸຮູບດາວສີດທອງ ໝາຍເຖິງ ຄວາມເຊື່ອໃນພະເຈົ້າ ເບື້ອງລຸມຂອງກາທີ່ຕີນຂອງພະຍາຄຣຸດນັ້ນຈັບແພແຖບສີຂາວ ບັນຈຸຄຳຂວັນປະຈຳຊາດ ຊຶ່ງຂຽນເປັນພາສາອິນໂດເນເຊຍຢ່າງເກົ່າຄວາມວ່າ "Bhinneka Tunggal lka" ແປໄດ້ວ່າ "ເອກະພາບທ່າມກາງຄວາມຫຼາກຫຼາຍ"

4.ກາແຜ່ນປະເທດລາວ (Laos, PDR)

                                        

         ແບບປະຈຸບັນເປັນກາຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວທີ່ເລີ່ມໃຊ້ມາຕັ້ງແຕ່ ຄ.ສ. 1991 ຫຼັງຈາກການໃຊ້ນະໂຍບາຍຈິນຕະນາການໃໝ່ ມີລັກສະນະຕາມທີ່ລະບຸໄວ້ໃນລັດຖະທຳມະນູນແຫ່ງສາທາລະນະລັດດປະຊາທິປະໄຕປະຊາຊົນລາວ ໝວດທີ່ 10 ມາດຕາທີ່ 90 ໄວ້ວ່າ:"ເຄື່ອງໝາຍຊາດຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວເປັນຮູບວົງກົມ ດ້ານລຸມມີຮູບເຄື່ອງກົງຈັກເປັນແຂ້ວເຟືອງແລະໂບໂຕອັກສອນ "ສາທາລະນະລັດປະຊາທິປະໄຕປະຊາຊົນລາວ" ສອງຂ້າງອ້ອມດ້ວຍຮວງເຂົ້າສຸກເປັນຮູບວົງພະຈັນແລະໂບສີແດງຂຽນອັກສອນ "ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດນາຖາວອນ ລະຫວ່າງກາງຂອງສອງປາຍຮວງເຂົ້າມີຮູບພະທາດຫຼວງ ຢູ່ກາງຮູບວົງກົມມີຫົນທາງ ທົ່ງນາ ປ່າໄມ້ ແລະເຂື່ອນໄຟຟ້ານ້ຳຕົກ".

5.ກາແຜ່ນດິນປະເທດມາເລເຊຍ (Malaysia)

                                        

         ປະກອບດ້ວຍສ່ວນຫຼັກໆຫ້າສ່ວນຄື ໂລ່ ເສືອໂຄ່ງສອງຕັວ ພະຈັນສ້ຽວສີເຫຼືອງ ແລະດາວສີເຫຼືອງ 14 ແຊກ ແລະ ແຖບຜ້າ ກາແຜ່ນດິນຂອງມາເລເຊຍນີ້ສືບທອດມາຈາກກາແຜ່ນດິນສະຫະພັນທະຣັດມາລາຍາລະຫວ່າງທີ່ເປັນອານານິຄົມຂອງອັງກິດ ກາໃນປະຈຸບັນຈຶ່ງມີອິດທິພົນຂອງກາແບບຕະເວັນຕົກຢູ່ຫລາຍ ເຄື່ອງຍອດປະກອບດ້ວຍຮູບຈັນສ້ຽວແລະດາວ14ແຊກຊຶ່ງເອີ້ນວ່າ"ດາຣາດຫະພັນ"("Bintang Persekutuan") ທັງສອງຮູບນີ້ເປັນສີເຫຼືອງ ໝາຍເຖິງຍັງດີ ເປີຕວນ ອາກົງ ກະສັດຜູ້ເປັນອົງຄໍທິປັດຂອງສະຫະພັນຣັດ ນອກຈາກນີ້ຮູບຈັນສ້ຽວຍັງໝາຍເຖິງສາສະຫນາອິດສະລາມອັນເປັນສາສະຫນາປະຈຳຊາດຢ່າງເປັນທາງການ ສ່ວນດາຣາສະຫະພັນໝາຍເຖິງລັດທັງ 13 ລັດຂອງສະຫະພັນ ແລະ ດິນແດນຂອງລັດຖະບານສະຫະພັນລັດ.

6.ກາແຜ່ນດິນປະເທດມຽນມາ (Myanmar)

                                        

         ສຳລັບລາຍລະອຽດທີ່ແຕກຕ່າງກັນປະກອບດ້ວຍ ແພແຖບຊື່ປະເທດຈາລຶກກຂໍ້ຄວາມວ່າ "ສະຫະພາບມຽນມາ" ຕຳແໜ່ງເທິງສຸດຂອງດວງການັ້ນມີຮູບສິງນັ່ງໜ້າກົງຢູ່ແທນທີ່ຮູບດາວ ພາບແຜນທີ່ປະເທດມຽນມາກາງດວງຕານັ້ນບັນຈຸຢູ່ໃນວົງກົມອີກຊັ້ນໜຶ່ງ ທີ່ກວມວົງກົມນັ້ນຈາລຶກຄາຖາພຸດທະສຸພາສິດເປັນພາສາບາລີ ຊຶ່ງຍົກກມາຈາກທຳມົບທັດຖົກຖາ ພຸດທະວັກຄວັນນະນາ ຄາຖາທີ່ 194 ຄວາມວ່າ "ສົມຄານໍ ຕະໂປ ສຸໂຂ" ອັນໝາຍເຖິງ "ຄວາມພຽນຂອງຊົນຜູ້ພ້ອມພຽງກັນ ເປັນເຫດນຳສຸກມາ"

7.ກາແຜ່ນດິນປະເທດຟິີລິບປິນ (Philippines)

                                        

         ມີລັກສະນະເປັນພະອາທິດມີລັດມີແປດແຊກເຊິ່ງສະແດງເຖິງແຂວງທັງແປດ (ບາຕັນກັດ ບູລາຈັນ ກາວິເຕ ມະນິລາ ລາກູນາ ນູເອວາ ເອຈິຢາ ປັມປາງາແລະຕາຣ໌ລັກ)ເຊິ່ງຢູ່ພາຍໃຕ້ກົດອະຍາການສຶກລະຫວ່າງການປະຕິວັດຟິລິບປິນແລະດາວຫ້າແຊກສາມດວງສະແດງເຖິງເຂດທາງພູມສາດຫຼັກສາມແຫ່ງ ຄື: ລູຊອນ ວິຊາຢາ ແລະ ມິນດາເນົາ ພື້ນສີຟ້າທາງດ້ານຊ້າຍມີນົກອິນທີຂອງສະຫາຣັດອເມຣິກາແລະພື້ນສີແດງທາງດ້ານຂວາມີສິງໃຫຍ່ຂອງສະເປນເຊິ່ງສະແດງເຖິງປະຫວັດສາດໃນການເປັນອານານິຄົມ ການອອກແບບນີ້ຄ້າຍກັບການອອກແບບໂດຍເຄືອລັດແຫ່ງຟິລິບປິນເມື່ອ ຄ.ສ 1940 ທີ່ຢູ່ໃນຜ້າແຖບມີການປ່ຽນແປງໄປ ຕັ້ງແຕ່ຟິລິບປິນໄດ້ຮັບເອກກະລາດ ຈາກການໄດ້ຮັບເອກກະລາດເມື່ອ ຄ.ສ 1946 – 1972 ຈົນເຖິງເຟີດິດົນ ມາຣ໌ກອ໌ສປະກາດກົດອາຍາການສຶກ ຜ້າແຖບມີຄຳວ່າ "REPUBLIC OF THE PHILIPPINES." ຈາກ ຄ.ສ 1979 ຈົນເຖິງການສີ້ນສຸດອຳນາດຂອງມາຣ໌ກອ໌ສເມື່ອ ຄ.ສ.1986 ໃນຜ້າແຖບມີຄຳວ່າ "ISANG BANSA ISANG DIWA" (ໜຶ່ງຊາດ ໜຶ່ງສະປິຣິດ) ເມື່ອມາຣ໌ກອ໌ສສີ້ນສຸດອຳນາດລົງ ໃນຜ້າແຖບປ່ຽນໄປໃຊ້ຄຳວ່າ "REPUBLIKA NG PILIPINAS" ໃນ ຄ.ສ. 1998ຮູບນົກອິນຊີ ແລະ ສິງໃຫຍ່ຖືກຕັດອອກໄປ ແຕ່ກາທີ່ຖືກດັດແປງນີ້ບໍ່ໄດ້ໃຊ້ຢ່າງແຜ່ຫຼາຍ.

8.ກາແຜ່ນດິນປະເທດສິງກະໂປ (Sinqapore)

                                        

         ເລີ່ມໃຊ້ຄັ້ງທຳອິດເມື່ອປີ 1959 ເມື່ອວັນທີ 3 ທັນວາ ຄ.ສ 1959 ພ້ອມກັນກັບທຸງຊາດ ແລະ ເພງຊາດສິງກະໂປ ທີ່ ຫ້ອງສາບານຕົນປະທານາທິບໍດີແຫ່ງສິງກະໂປ ທີ່ສາລາວ່າການຂອງເມືອງສິງກະໂປຊິຕີ້ ລັກສະນະຂອງກາແຜ່ນດິນ ເປັນຮູບສິງໃຫຍ່ແລະເສືອຖືໂລ້ສີແດງ ຊຶ່ງມີຮູບດາວຫ້າແຊກສີຂາວ 5 ດວງ ແລະພະຈັນສ້ຽວສີຂາວຊຶ່ງເປັນສັນຍະລັກ ສຳຄັນທີ່ໃຊ້ເທິງທຸງຊາດຂອງສິງກະໂປ ເສືອເປັນສັນຍະລັກສະແດງເຖິງຄວາມຜູກພັນທາງປະຫວັດສາດກັບປະເທດມາເລເຊຍ ແລະ ສິງໃຫຍ່ເປັນສັນຍະລັກສະແດງເຖິງສິງກະໂປ ດ້ານລຸມຂອງກາແຜ່ນດິນເປັນຣິບບິ້ນສີຟ້າຈາລຶກຄຳຂວັນປະຈຳຊາດດ້ວຍຕົວຫນັງສືສີທອງວ່າ "Majulah singapura:" ຊຶ່ງມີຄວາມຫມາຍວ່າ "ສິງກະໂປຈົງຈະເລີນ"

9.ກາແຜ່ນດິນປະເທດໄທ (Thailand)

                                        

         ຄືກາພະຣາດລັຍຈົກຣພະຄຣຸດພ່າ ເທບພາຫະນະຂອງພະນາຣາຍ ໃຊ້ເປັນສັນຍະລັກຂອງພະລາດອຳນາດແຫ່ງພະມະຫາກະສັດຜູ້ເປັນປະມຸກຂອງຊາດ ແລະ ເປັນອົງອາວະຕານຂອງພະນາຣາຍຕາມແນວຄິດສົມມຸດເທບ ໂດຍເຣີ່ມໃຊ້ມາຕັ້ງແຕ່ສະໄໝພະບາດສົມເດັດພະຈຸນລະຈອມເກລົ້າເຈົ້າຢູ່ຫົວ ຕັ້ງແຕ່ຫຼັງ ຄ.ສ 1893 ເປັນຕົ້ນມາ ແຕ່ມາໃຊ້ຢ່າງເຕັມທີ່ແທນກາແຜ່ນດິນເກົ່າທັງໝົດເມື່ອ ຄ.ສ 1910

10.ກາແຜ່ນດິນປະເທດຫວຽດນາມ (Vietnam)

                                        

         ມີຮູບແບບເຊັ່ນດຽວກັບປະເທດຄອມມູນິດອື່ນໆ ມີຮູບດາວສີເຫຼືອງເທິງພື້ນສີແດງ ມີຮູບເຟືອງແລະຮວງເຂົ້າ ໝາຍເຖິງ ຄວາມຮ່ວມມືກັນລະຫວ່າງແຮງງານພາກກະເສດຕະກຳແລະອຸດສາຫະກຳ ຕາມແນວຄິດແບບຄອມມູນິດ ມີລັກສະນະຄ້າຍກາແຜ່ນດິນຂອງເຢຍລະມັນຕະເວັນອອກ ແລະ ກາແຜ່ນດິນຂອງຈີນ ຊຶ່ງຖືກນຳມາສ້າງເປັນກາແຜ່ນດິນຂອງຫວຽດນາມເໜືອເມື່ອ 30 ພະຈິກ ຄ.ສ 1955 ເມື່ອລວມກັບຫວຽດນາມໃຕ້ແລ້ວ ຈຶ່ງນຳມາໃຊ້ເປັນກາແຜ່ນດິນຫວຽດນາມເມື່ອ 2 ກໍລະກົດ ຄ.ສ 1976.


ຂໍຂອບໃຈ ຮູບພາບຈາກ Web Site:http://thailand.prd.go.th/1700/ewt/aseanthai/ewt_news.php?nid=4003&filename=index